Informações:
Sinopse
Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .
Episódios
-
ມອງຄືນຫຼັງ 45 ປີທີ່ຄົນລາວມາຢູ່ອອສເຕຼເລັຍ
20/03/2021 Duração: 20minພາຍຫຼັງທີ່ແນວລາວຮັກຊາດກືນກິນພະຣາຊອານາຈັກລາວສຳເຣັດ ໃນສະໃໜ 75 ຄົນໃນລາວມາກມາຍສ່ຽງຕາຍຂ້າມຊາຍແດນອັນ ກັນດານເຂົ້າໄປເພິ່ງປະຣະມີຂອງປະເທດໄທຍ໌. ຈາກອົພຍົບເຫຼົ່ານັ້ນ ຄົນລາວຈາກສູນ ຕ ຊ ດ ຂອງເມືອງໜອງ ຄາຍປະເທດໄທຍ໌ຖຶກອອສເຕຼເລັຍໄປຮັບມາຕັ້ງຊີີວິດໃໜ່. ໃນນັ້ນ ຈຸແລກໆ ປະມານ 150 ຄົນຖຶກນຳບິນມາຮອດນະຄອນ ແມນເບີນ. ພວກເຫຼົ່ານີ້ແມ່ນໜໍ່ແນວທີ່ກຳເນີດສັງຄົມລາວເຮົາໃນດອນໃໜ່ ຈິ່ງໂຈກ.
-
ມີອັນໃດແທ້ທີ່ເກີດຂຶ້ນໃນປະເທດພະມ້າ?
18/03/2021 Duração: 13minກອງທັບພະມ້າຢຶດອຳນາດການປົກຄອງພະມ້າກ່ອນໜ່າທີ່ປະເທດພະມ້າ ຈະມີຣັຖບານຊຸດໃໜ່ພາຍຫຼັງການເລື້ກອຕັ້ງໃນວັນທີ 8-11-2020. ນີ້ແປວາ່ນັ້ນບໍ່ແມ່ນຣັຖປະຫານຫຼືປະຕິວັດ. ແຕ່ມີຫັຍງແທ້ໆແດ່ເກີດຂຶ້ນ?
-
ຄົນພະມ້າໃນອອສເຕຼເລັຍຮຽກໃຫ້ຣັຖບານອອສເຕຼເລັຍຂວາງກັ້ນຍາດພີ່ນ້ອງຜູ້ນຳຕ່າງໆຂອງການຢຶດອຳນາດປົກຄອງພະມ້າ
18/03/2021 Duração: 05minໃນປະເທດອອສເຕຼເລັຍຄົນມ້າມີປາກມີສຽງຂຶ້ນຮຽກໃຫ້ຣັຖບານອອສເຕຼ ເລັຍຈົ່ງຂີດກັ້ນຍາດພີ່ນ້ອງຂອງຜູ້ນຳຕ່າງໆຂອງກອງທັບພະມ້າທີ່ຢຶດອຳ ນາດປການປົກຄອງພະມ້າ. ບາງປະເທດໄດ້ກະທຳດັ່ງນັ້ນແລ້ວ ດັ່ງສະຫະຣັດອະເມຣິກາ.
-
ມີການຮຽກຮ້ອງໃຫ້ໄຈ້ເບິ່ງວ່າເປັນຫັຍງແລະແບບໃດອອສເຕຼເລັຍໄປເຮັດສົງຄາມໃນ ອາບຟ໌ການິສຖານ
18/03/2021 Duração: 09minສົງຄາມອາບຟ໌ການິສຖານເປັນອັນຢຶດຍາວທີ່ສຸດຂອງອອສເຕຼເລັຍ ແລະທີ່ມີທະຫານອອສເຕຼເລັຍຖຶກຕັດສິ້ນມີຄວາມຜິດກັບການຣະເມີດ ກົດໜາຍເສິກສົງຄາມ. ແຕ່ມີທະຫານນັ້ນເວົ້າວ່າສົງຄາມນັ້ນບໍ່ມີຄຸນຄ່າສຳຮັບທີ່ຈະໄປກະທຳ. ບັດນີ້ ທະຫານຄົນນຶ່ງນັ້ນຮຽກໃຫ້ມີການໄຈ້ເບິ່ງວ່າດ້ວຍເຫດໃດອອສ ເຕຼເລັຍຈຶ່ງໄປຮວມສົງຄາມດັ່ງກ່າວ.
-
-
ໜອງຄາຍຈັບຢ່າເສບຕິດໄດ້ມາກມາຽແທ້ໆ
18/03/2021 Duração: 07minເມືອງໜອງຄາຍ ປະເທດໄທຍ໌ຕິດກັບຊາຍແດນລາວ ຄືີມີແມ່ນ້ຳຂອງ ບົ່ງຊີ້ເຂດແດນ. ໃນຫວ່າງບບໍ່ນານແລ້ວນີ້ໜອງຄາຍຈັບຢາບ້າໄດ້ເຖິງຫຼາຍກ່ວາຫົກລ້ານ ເໜັດກັບຢາໄອສ໌ປະມານ 12 ກິໂລນຳກັນ.
-
ທາງການລາວເປີດເຜີຍວ່າລາວຍັງອາສັຍ ສປຈີນ ມາກມາຍຢູ່.
18/03/2021 Duração: 07minສປປລາວ ເປັນປະເທດບ້ານໃກ້ເຮືອນຄຽງກັນກັບ ສປຈີນ ແລະມາຄວາມສຳພັນກັນ ຫຼາຍດ້ານຫຼາຍແນວ ໃນດ້ານເສຖກິດ, ວິທຍາສາດແລະເທິກໂນໂລຊີ. ໃນຫ່ວາງບໍ່ນານແລ້ວນີ້ທາງການລາວເປີດເຜີຍວ່າ ສປປລວ ຍັງເພີ່ງພາອາສັຍ ສປຈີນ ຢ່າງມາກມາຍຢູ່.
-
ໄທຍ໌ຖແລງຄວາມຫ່ວງຍັຍເຖິງການຢຶດອຳນາດໃນພະມ້າ
18/03/2021 Duração: 06minກອງທັບພະມ້າຢຶດອຳນາດການປົກຄອງພະທ້າພາຍຫຼັງບໍ່ນານທີ່ການເລືອກ ຕັ້ງພະມ້າຂອງຫ່ວາງເືດອນ 11 ສາກົນ 2020 ຫາກໍແລ້ວ. ການກະທຳນັ້ນພາໃຫມີບັນຫຼາຍຢ່າງເກີດຂຶ້ນ. ບັດນີ້ຣັຖບານໄທຍ໌ອອກມາຊີ້ແຈງແລະຮຽກຮ້ອງບາງຢ່າງກ່ຽວກັບການ ເມືອງໃນພະມ້າຂຶ້ນແລ້ວ.
-
ຣະດັບນ້ຳຂອງຕ້ຳເອົາແທ້ເອົາວ່າ.
18/03/2021 Duração: 02minເປັນປະຫັວດການນ້ຳຂອງແຫ້ງເອົາແທ້ເອົາວ່າ! ດ້ວຍເຫດໃດ?
-
ຄົນງານລາວໃນໄທຍ໌ກັບບ້ານສລອງປີໃໜ່ບໍ່ໄດ້
18/03/2021 Duração: 08minສຳຮັບີປໃໜ່ລາວ 2564 ຄົນລາວທີ່ເຮັດວຽກຢູ່ໃນປະເທດໄທຍ໌ ກັບບ້ານເມ/ພື່ອສເລີມສລອງບໍ່ໄດ້. ຍ້ອນຫັຍງແທ້ໆ?
-
ການເລືອກຕັ້ງຣັດ ແວສເຕີນອອສເຕຼເລັຍ ໃນສາຍຕາຄົນລາວຂອງຣັດດັ່ງກ່າວ
18/03/2021 Duração: 03minສຳພາດ: ທ່ານ ທານຕາວັນ ແສງສຸຣິໂຍ. ຄົນເລືດອລາວໃນຣັດ ແວສເຕີນ ອອສເຕຼເລັຍ ມີບໍ່ຫຼາຍແຕ່ຢູາໃນ ທີ່ນັ້ນມານານປີເຕີບແລ້ວ. ໃນຫ່ວາງນຶ່ງກ່ອນນີ້ຣັດນັ້ນມີການເລືອກຕັ້ງຂຶ້ນ. ຄົນລາວນັ້ນສົນໃຈນຳບໍ່?
-
ນັກການເມືອງປະຊາທິປະຕັຍ ໂຮງກົງ ມາຮອດອອສເຕຼລັຍແລ້ວ.
18/03/2021 Duração: 07minທ່ານ ເຕັດ ຮຸຍ ທີ່ປົບຣົບໜີຈາກ ໂຮງກົງ ກັບກາຍເປັນນັກການເມືອງ ່ທີ່ເຂົ້າຂ້າງປະຊາທິປະຕັຍ ໂຮງກົງ ມາຮອດອອສເຕຼເລັຍແລ້ວໂດຍໄດ້ຮັບ ວີຊາອັນອັນນຶ່ງເພື່ອຢູ່ຊົ່ວຄາວ. ການມາຮອດມາເຖິງນັ້ນພາໃຫ້ສະຖານທູດອອສເຕຼເລັຍໃນອອສເຕຼເລັຍ ອອກມາຮຽກໃຫ້ອອສເຕຼເລັຍຈົ່ງຍຸຕິການເຂົ້າໄປກ່ຽວຂ້ອງກັບວຽກງານ ຂອງ ສປຈີນ.
-
ການລ້າຊ້າສັກຢາວັກຊີນ ໂຄວິດ-19 ຂອງອອສເຕຼເລັຍຖຶກໄຈ້ເບິ່ງ
18/03/2021 Duração: 05minສ່ວນໃຫຍ່ຂອງທາງການດ້ານສຸຂພາບໃນອອສເຕຼເລັຍບໍ່ໜັ້ນໃຈກັບ ໂຄງການສັກຢາວັກຊີນ ໂຄວິດ-19 ຂອງຣັຖບານອອສເຕຼເລັຍ. ຄົນໃນອອສເຕຼເລັຍເຖິງຫຼາຍກ່ວານຶ່ງແສນຄົນຖຶກສັກຢາເຂັມທຳອິດ ນັ້ນໃຫ້ແລ້ວແຕ່ຕົວເລກດັ່ງກ່າວຕ່ຳກ່ວາ່ີທໄດ້ບົ່ງວາງໄວ້.
-
-
ໄທຍ໌ຕັ້ງເປົ້າທະວີການຄ້າໄປລາວໃຫ້ໄດ້ພາຍໃນ 6% ໃນປີ 2021
11/03/2021 Duração: 06minໂຄວິດ-19 ທີ່ອາຣະວດໄປທົ່ວໂລກນີ້ຈາກ ສປຈີນ ກໍເຮັດໃຫ້ລາວ-ໄທຍ໌ ຈຳຕ້ອງປິດຊາຍແດນໃຫ້ແຈບເພື່ອເປັນການສະກັດກັ້ນບໍ່ໃຫ້ພະຍາດດັ່ງ ກ່າວລາມຫາກັນຣະຫ່ວາງລາວ-ໄທຍ໌. ນີ້ມີຜົນຂ້າງຄຽງອັນບໍ່ດັກບໍ່ດີຕໍ່ເສຖກິດຂອງສອງປະເທດບ້ານໃກ້ເຮືອນ ຄຽງກັນນັ້ນ ຄືມັນຕົກຕ່ຳລົງມາກມາຍ. ບັດນີ້ປະເທດໄທຍ໌ຈະຟື້ນຟູເສຖກິດການຄ້າໃນຊາຍແດນໄທຍ໌-ລາວໃຫ້ ໄດ້ພາຍໃນ 6% ໃນປີນີ້, 2021.
-
ແມ່ນ້ຳຂອງແຫ້ງຈົນວິກິດສາຫັດ
11/03/2021 Duração: 08minຊົ່ວຫຼາຍຊົ່ວຄົນບໍ່ມີໃຜເຫັນແມ່ນ*ຂອງແຫງຈົນວິກິດແບບໂພດລ້*ໂພດເຫຼືອ ແລະວິຕົກນຳຢ່າງມາກມາຍ. ນັກອະນຸຮັກແວດລ້ອມແມ່ນນ້ຳຂອງເຫັນວ່ານັ້ນແມ່ນຍ້ອນ ສປີຈນປິດ ເຂື່ອນ ແຕ່ມັນກໍແມ່ນຍ້ອນເຂື່ອນອັນມາກມາຍໃນສອງກ້ຳສາຂາແມ່ນ້ຳ ຂອງນຳຫຼືບໍ່?
-
ສປປລາວ ຫ່ວງຍັຍກັບນາຄົດເສຖກິດພິເສດສາມຫຼ່ຽມທອງຄຳ
11/03/2021 Duração: 07minເຂດເສຖກິດສາມຫຼ່ຽມທອງຄຳໃນແຂວງບໍ່ແກ້ວ ສປປລາວ ຖຶກທາງການ ພັກຣັຖຫ່ວງຍັຍນຳຈົນວ່າມີທາງການຂັ້ນຣັຖມົນຕີໄປເບິ່ງໃນຫ່ວາງນຶ່ງນີ້. ວ່າທຸກສິ່ງດີໜົດແຕ່ເປັນຫັຍງຈຶ່ງຫ່ວງຍັຍນຳ? ບ່ອນໃດມີຄວັນ ບ່ອນຫັນມີໄຟ !
-
ຊຸມຊົນລາວໃນອອສເຕຼເລັຍສນັບສນູນການຕໍ່ສູ້ເອົາປະຊາທິປະຕັຍເພື່ອປະເທດພະມ້າ
11/03/2021 Duração: 13minກອງທັບພະມ້າຢຶດອຳນາດການປົກຄອງປະເທດພະມາໃນວັນທີ 1 ກຸມພາ 2021 ສຳເຣັດແລະໃຊ້ອຳນາດປາຍປຶນກຳຫັ່ດແໜ້ນທຸກສິ່ງທຸກຢ່າງໃນເຂດນ້ຳແດນດິນ ພະມ້າໂດຍບໍ່ຍອມມອບອຳນາດການປົກຄອງທີ່ປະຊາົຊພະມ້າຕ້ອງການຄືນໃຫ້ພົນລະ ເມືອງພະມ້າ... ນີ້ພາໃຫ້ປະຊາຊົນພະມ້າໃນປະເທດພະມ້າແລະໃນຕ່າງປະເທດຕໍ່ຕ້ານກອງກັບພະມ້າ ແລະປະທ້ວງຂຶ້ນຢ່າງມາກມາຍໄປໃນທຸກຫົນແຫ່ງ... ໃນອອສເຕຼເລັຍກມີການປະທ້ວງນັ້ນທີ່ຊຸມຊົນລາວພາກັນໄປເຂົ້າຮ່ວມແລະສນັບສນູນ ດັ່ງການສຳພາດທ່ານ ເດດ ສີແສງຫຼົດ ປະທານ ອົງການໂຮມລາວເພ່ືອສັນຕິພາບປະຊາ ທິປະຕັຍ ສາຂາອອສເຕຼເລັຍທີ່ທ່ານຄວນສຶກສາເບິ່ງໃນຂັ້ນຕໍ່ໄປນີ້.
-
ຈະຫາເອົາວີຊາເຮັວດວຽກໃນອອສເຕຼເລັຍໄດ້ແບບໃດພາຍຫຼັງຮຽນຈົບແລ້ວ?
11/03/2021 Duração: 06minຣັຖບານອອສເຕຼເລັຍປ່ຽນແປງຫຼາຍຢ່າງຫຼາຍແນວສຳຮັບການຮ້ອງຂໍຢູ່ ໃນອອສເຕຼເລັຍສຳຮັບນັກສຶກສາຕ່າງປະເທດ ເຊັ່ນ ວີຊາ 485... ໃນນັ້ນຄວນເຮັດຫັຍງແດ່ແລະແນວໃດ?
-
ອິດຕາລີ ຫ້າມສົ່ງຢາວັກຊີນ ໂຄວິດ-19 ມາຍັງອອສເຕຼເລັຍ
11/03/2021 Duração: 07minຢາວັກຊີນ ໂຄວິດ-19 ຍີ່ຫໍ້ ອັສ6າຊີນີກາ ມາກມາຍທີ່ອອສເຕຼເລັຍ ຊື້ໄວ້ແລ້ວຖຶກປະເທດ ອິດຕາລີ ຂ້ວາງກັ້ນບໍ່ໃຫ້ສົ່ງມາ... ນີ້ຈະກະທົບກະແທກໂຄງການສັກຢາປ້ອງກັນ ໂຄວິດ--19 ໃນອອສ ເຕຼເລັຍແບບໃດແດ່? ເປັນຫັຍງ ອິດຕາລີ ຈຶ່ງກະທຳແບບນັ້ນໄດ້?