Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 62:55:22
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • Me-Mel ກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ

    31/05/2022 Duração: 04min

    Me-Mel ຫຼື Goat Islandກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ. ເກາະນີ້ຖືກປະຮ້າງມາຫຼາຍສິບປີ ແລະ ຮັຖບານ New South Wales ກໍໄດ້ອະນຸມັດງົບປະມານ 43 ລ້ານໂດລາເພື່ອຈະປັບປຸງສ້ອມແຊມ ເພາະວ່າມັນເປັນສະຖານທີ່ ທີ່ມີຄວາມສຳຄັນທາງປວັດສາດ ຕໍ່ຊາວ Aboriginal ແລະປວັດສາດຂອງ ອອສເຕຣເລັຍ.

  • ການຢ້ຽມຢາມຂອງຄນະ ຈາກ ສປປ ລາວ ທີ່ ສຳນັກງານ SBS ທີ່ ຊິດນີ

    30/05/2022 Duração: 05min

    ເຈົ້າໜ້າທີ່ຂອງ SBS ໄດ້ໃຫ້ການຮັບຕ້ອນ ແລະອະທິບາຍ ເລື້ອງຕ່າງໆກ່ຽວກັບບົດບາດ ແລະການບໍລິການຕໍ່ຜູ້ຟັງ ຂອງສະຖານີ ຕໍ່ຄນະຢ້ຽມຢາມຈາກ ສປປ ລາວ.

  • ວິກິດການໃນ ຢູເຄຣນຍັງດຳເນີນຕໍ່ໄປ ຫຼັງຈາກການບຸກຣຸກ 3 ເດືອນຈາກ ຣັສເຊັຍ.

    26/05/2022 Duração: 05min

    ການຕໍ່ສູ້ຍັງດຳເນີນຕໍ່ໄປໃນ ຢູເຄຣນ ໃນຂນະທີ່ຢ່າຍ NATO ແລະ ຢູໂຣບກໍຫາທາງທີ່ຈະລົງໂທດ ຣັສເຊັຍ ທາງດ້ານການເງິນ. ສ່ວນຢູເຄຣນ ເອງກໍ ໄດ້ເປີດທາງຣົດໄຟໃຕ້ດິນທີ່ Kharkiv ຊຶ່ງເປັນເມືອງທີສອງ ຊຶ່ງກຳລັງຖືກເບິ່ງວ່າ ແມ່ນການສະແດງເຖິງໄຊຊນະ ທາງທະຫານ.

  • ທ່າທີຂອງຈີນຕໍ່ຣັຖບານໃໝ່ຂອງອອສເຕຣເລັຍ.

    25/05/2022 Duração: 04min

    ການປາກົດໂຕ ແລະການຂຍາຍໂຕຂອງຈີນໃນ ປາຊີຟິກ ຈະມີຜົນກະທົບຫຍັງຕໍ່ນະໂນບາຍຕ່າງປະເທດຂອງ ອອສເຕຣເລັຍ? ຄວາມສຳພັນກັບປັກກິ່ງ ຈະກັບມາຄືກັນກັບປີ 1971 ຫຼືບໍ່?

  • ໜ້າທີ່ທຳອິດຂອງນາຍົກໃໝ່ ແລະ ສິ່ງທີ່ພັກທີ່ສູນເສັຍເລືອກຕັ້ງຕ້ອງເຮັດ.

    24/05/2022 Duração: 06min

    Anthony Albanese ໄດ້ເລີ້ມປະຕິບັດງານໃນຖານະນາຍົກຣັຖມົນຕີໃໝ່ ຂອງ ອອສເຕຣເລັຍ. ສ່ວນພັກຮ່ວມ Coalition ກຳລັງວິເຄາະ ຄວາມພ່າຍແພ້ໃນການເລືອກຕັ້ງປີນີ້. ໃຜຈະເປັນຜູ້ນຳໃໝ່ຂອງພັກ Liberal ແລະ ໃຜຈະເປັນຜູ້ນຳໃໝ່ຂອງພັກ National Party?

  • ປະຕິກິຣິຍາຂອງຜູ້ນຳທັງສອງພັກຫຼັງຈາກຜົນຂອງການເລືອກຕັ້ງໄດ້ຖືກປະກາດ.

    23/05/2022 Duração: 08min

    ກ້າວຕໍ່ໄປຂອງຜູ້ນຳຂອງສອງພັກຫຼັງຈາກຜົນຂອງການເລືອກຕັ້ງ. ຄວາມຝັນຂອງ Anthony Albanese ໄດ້ກາຍເປັນຈິງໃນຂນະທີ່ອະນາຄົດຂອງພັກ Liberal ຈະເປັນແນວໃດ ເມື່ອຣັຖມົນຕີການຄັງເອງຍັງສູນເສັຍການເລືອກຕັ້ງ.

  • ສຳນວນການເມືອງ ອອສເຕຣເລັຍ ທີ່ຄວນຮູ້

    20/05/2022 Duração: 10min

    ສຳຣັບຫຼາຍຄົນແລ້ວ, ສຳນວນພາສາອັງກິດກໍຍາກທີ່ຈະເຂົ້າໃຈ ແຕ່ວ່າສຳນວນທາງການເມືອງທີ່ເປັນພາສາອັງກິດແລ້ວ ອາດຈະເຂົ້າໃຈຍາກກວ່າປົກກະຕິ, ມາທຳຄວາມເຂົ້າໃຈກັບສຳນວນທີ່ເຮົາອາດຈະໄດ້ຍິນໂດຍສະເພາະໃນລະຫວ່າງການຫາສຽງກ່ອນການເລືອກຕັ້ງໃນປີນີ້.

  • ການຄາດຄະເນຂອງຄວາມເປັນໄປໄດ້ຂອງການລືອກຕັ້ງ

    17/05/2022 Duração: 09min

    ດ້ວຍສາເຫດຫຼາຍຢ່າງ ທັງທາງການເມືອງ, ວິກິດທາງທັມຊາດ ແລະການປ່ຽນແປງຂອງທາງເລືອກໃໝ່ທີ່ຜູ້ລົງຄະແນນສາມາດເລືອກໄດ້, ການເດົາສຸ່ມສຳຫຼວດກໍເລີຍບໍ່ສາມາດທີ່ຈະ ຄາດຄະເນຜົນຂອງການເລືອກຕັ້ງດ້ວຍຄວາມໝັ້ນໃຈໄດ້. ແຕ່ຜູ້ຊ່ຽວຊານຫຼາຍຄົນກໍວ່າ ມັນມີໂອກາດຫຼາຍທີ່ຈະເປັນຣັຖບານທີ່ມີສຽງສ່ວນໜ້ອຍ ຫຼື Hung Parliament.

  • ການລົງຄະແນນສຽງເລືອກຕັ້ງຄັ້ງທຳອິດ.

    11/05/2022 Duração: 06min

    ຊາວອອສເຕຣເລັຍຫລາຍກວ່າ 610 ພັນຄົນຈະປ່ອນບັດເລືອກຕັ້ງເທື່ອທຳອິດໃນຊີວິດ ແຕ່ພັກການເມືອງໃຫຍ່ຄ້າຍກັບວ່າ ບໍ່ສາມາດທີ່ຈະເຮັດໃຫ້ຜູ້ປ່ອນບັດເຫຼົ່ານັ້ນພໍໃຈ ຍ້ອນເຫດຜົນຫຼາຍຢ່າງ. ແຕ່ການລົງຄະແນນສຽງກໍແມ່ນການໃຊ້ສິດໃນການ ກຳນົດວ່າ ພັກການເມືອງໃດຈະເປັນຣັຖບານ ຊຶ່ງຈະມີຜົນຕໍ່ທຸກຄົນໃນປະເທດ.

  • ຂໍ້ມູນຂອງພັກແຮງງານ (Labor Party)

    10/05/2022 Duração: 10min

    ນັກວິຈານການເມືອງຫຼາຍຄົນກໍວ່າພັກຂອງ ຝ່າຍ ລັດຖະບານກຳລັງມຸ້ງຫນ້າ ໄປສູ່ການ ສູນເສັຍການເລືອກຕັ້ງ. ແຕ່ຄວາມວຸ້ນວາຍໃນພັກແຮງງານ ແລະ ປັດຈັຍຕ່າງໆທົ່ວໂລກ ອາດມີຜົນກະທົບຕໍ່ໂອກາດທີ່ພັກແຮງງານຈະຊນະການເລືອກຕັ້ງເທື່ອນີ້ຫຼືບໍ່?

  • ຂໍ້ມູນຂອງພັກ Liberal

    10/05/2022 Duração: 11min

    ຖ້າຈະເວົ້າເຖິງອະດີດແລ້ວ, ພັກ Liberal ຂອງ ອອສເຕຣເລັຍ ເປັນພັກການເມືອງທີ່ເກົ່າແກ່ແລະມີປວັດອັນຍິ່ງໃຫຍ່ ຈາກ Sir Robert Gordon Menzies ຈົນເຖິງ John Howard. ແຕ່ໃນການເລືອກຕັ້ງຄັ້ງນີ້, ພັກອາດຈະພົບກັບອຸປສັກ ຈາກພາຍໃນພັກເອງ.

  • ຂໍ້ມູນຂອງພັກ National Party

    09/05/2022 Duração: 05min

    ພັກ National Party ແມ່ນພັກການເມືອງທີ່ເກົ່າແກ່ພັກໜຶ່ງຂອງ ອອສເຕຣເລັຍ ທີ່ມີນະໂຍບາຍທີ່ຈະຮັກສາຜົນປະໂຫຍດຂອງ ພູມິພາກ ແລະຊົນນະບົດຂອງ ປະເທດ. ແຕ່ຄວາມປ່ຽນແປງພາຍໃນພັກ ແລະ ປັນຫາເລື້ອງສະພາບອາກາດ ຈະສົ່ງຜົນກະທົບກັບການເລືອກຕັ້ງປີນີ້ລືບໍ່?

  • ການລົງຄະແນນສຽງໃນການເລືອກຕັ້ງຂອງທ່ານ

    05/05/2022 Duração: 04min

    ຊາວ ອອສເຕຣເລັຍ ປະມານ 17 ລ້ານ ຄົນທີ່ອາດຈະລົງຄະແນນ ສຽງ ໃນການເລືອກຕັ້ງທີ່ຈະມາເຖິງນີ້. ອົງການ AEC ກ່າວວ່າ ມັນເປັນສິດ ແລະ ຄວາຮັບຜິດຊອບ ຂອງ ປະຊາຊົນໃນການລົງຄະແນນສຽງ ແລະກໍາລັງຊຸກຍູ້ໃຫ້ທຸກຄົນ ອັບເດດລາຍລະອຽດສ່ວນຕົວຂອງຕົນ ກ່ອນການເລືອກຕັ້ງ ຂອງລັດຖະບານ.

  • ການລົງຄະແນນສຽງກ່ອນມື້ເລືອກຕັ້ງ

    05/05/2022 Duração: 04min

    ການລົງຄະແນນສຽງກ່ອນມື້ເລືອກຕັ້ງ ຈະມີຜົນກະທົບ ຕໍ່ການຫາສຽງຂອງພັກການເມືອງຢ່າງໃດແດ່? ໝີໃຜແດ່ທີ່ສາມາດໃຊ້ບໍລິການນີ້?

  • ການເລືອກຕັ້ງແບບ “ບູລິມຸສິດ” (Preferential) ແມ່ນຫຍັງ?

    05/05/2022 Duração: 04min

    ການເລືອກຕັ້ງແບບບຸລິມະສິດຂອງ ອອສເຕຣເລັຍນັ້ນ ແຕກຕ່າງກັນກັບລະບົບເລືອກຕັ້ງ ຂອງ ອະເມຣິກາ, ສຫະຣາຊອານາຈັກອັງກິດ ຫຼື ອິນເດັຍ. ຄຳອະທິບາຍຢ່າງສັງເຂບ:

  • ປີໃໝ່ລາວ 2022

    05/05/2022 Duração: 07min

    ງານປີໃໝ່ປີນີ້ກໍໄດ້ຜ່ານໄປ ເຖິງແມ່ນວ່າ ຈະບໍ່ຄຶກຄື້ນ ດັ່ງຄວາມຕ້ອງການ ແຕ່ ການສືບຕໍ່ທາງສາສນາ ປະເພນີ ແລະວັທນະທັມກໍຍັງມີ ຢູ່ບໍ່ຂາດສຳຣັບຄົນລາວທຸກຄົນໃນ ອອສເຕຣເລັຍ. ໆາງຊຸມຊົນລາວຕ່າງກໍພາກັນຫວັງວ່າ ປີໜ້າ ບຸນປີໃໝ່ລາວຈະກັບມາ ເປັນຄືຫຼາຍປີກ່ອນໆ ໂດຍບໍ່ມີ ໂຄວິດ ມາເປັນອຸປສັກອີກ.

  • ນາງໜໍລາວໃນການຕໍ່ສູ້ ໂຄວິດ-19 ໃນ ແມນລ໌ເບີນ

    09/09/2021 Duração: 08min

    ສຳພາດຍານາງ ສຸທິດາ ຄຳມີ ກັນຫາລີຄຳ. ການເປັນໜໍເປັນແພດແລະຜູ້ຊ່ວຍວິຊາອາຊີບດັ່ງກ່າວບໍ່ແມ່ນຂອງງາຍດາຍ ທັງອາດພາໃຫ້ເຈັບຢ່ວຍຕາຍຍ້ອນໄດ້ດ້ວຍ ໂດຍສະເພາະກ່ຽວກັນພະຍາໂຄວິດ- ຢຈທີກຳລັງອາຣະວາດຢ່ງບໍ່ເລືອໜ້າໃຜແລະຊັ້ນວັນນະ. ການສຳພາດນັ້ນຈະນຳພາໃຫ້ເຫັນບາງສະພາບການໃນແມນລ໌ເລີນ.

  • ການຂົນສົ່ງທາງຣົດ ຂຸນໜິງ-ວຽງຈັນ

    09/09/2021 Duração: 06min

    ໂຄງການຣົດຟືນຣົດໄຟລາວ-ຈີນກໍໃກ້ຈະສຳເຮັດແລ້ວ ແຕ່ບັນນີ້ ສອງປະເທດ ນັ້ນກຳລັງຈະພັທນາເສັ້ນທາງການຂົນສົ່ງທາງບົກ ຂຸນໜິງ-ວຽງຈນັນ ຢູ່ ແລະ ກຳລັງເຮັດຫຍັງຢູ່ໃນເວລານີ້?

  • ວຽງຈັນຍົກຣະດັບການຕ້ອງຫ້າມກ່ຽວກັບ ໂຄວິດ-19

    09/09/2021 Duração: 06min

    ໂຄວິດ-19 ອາຣະວາດເພີ້ມຂຶ້ນເຮັດໃຫ້ຄົນເປັນມັນຫຼາຍຂຶ້ນຢູ່ຕລອດມາຢູ່ ແຕ່ທາງການລາວກໍຕໍ່ຕ້ານມັນໂດຍໆນາວິທີການຢູ່ສເມີມາ. ບັດນີ້ວຽງຈັນຍົກຣະດັບການຕໍ່ຕ້ານນັ້ນຂຶ້ນຕື່ມເພື່ອຈະເອົາສະນະມັນໃຫ້ໄດ້.

  • ພະຍາດ ໂຄວິ-19 ມີຄວາມສ່ຽງມາກມານຕໍ່ການເປັນໜັນກ່ວາຢາວັກຊີນໂຄວິດ

    09/09/2021 Duração: 07min

    ຢາວັກຊີນ ໂຄວິດ-19 ເຮັດໃຫ້ເປັນໜັນບໍ່? ທາງການສາທາຣະນະສຸກອອສເຕຼເລັຍກຳລັງພະຍາຍາມທັບມ້າງຂໍ້ມູນ ອັນບໍ່ຖຶກຕ້ອງຕ່າໆທີ່ເວົ້າວ່າຢາວັກຊີນ ໂຄວິດ-19 ສາມາດແຕະຕ້ອງ ການມີລູກມີເຕົ້າຂອງຄົນເຮົາ ເມື່ອທີ່ຜູ້ຍິງຜູ້ໜຸ່ມນ້ອຍມາກມາຍລັ່ງເລໃຈ ທີ່ຈະໄປໃຫ້ສັກຢາວັກຊີນດັ່ງກ່າວ. ຣັຖມົນຕີສາທາຣະນະສຸກນີວຊາວທ໌ແວນລ໌ບອກເຕືອນວ່າຜົນສະທ້ອນອັນ ຍືນຍາວຈາກ ໂຄວິດ-19 ຄົງຈະພາໃຫ້ມີບັນຫາໃນດ້ານການມີລູກມີເຕົ້າ.

Página 8 de 26