Sbs Lao - Sbs

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • Are you eligible for the Higher Education Loan Program? - ທ່ານມີສິດຢືມເງິນເພື່ອການສຶກສາບໍ່?

    27/02/2024 Duração: 11min

    Around three million Australians have a government loan through HELP, the Higher Education Loan Program. You too may be eligible to defer your tertiary tuition fees until you secure a job. - ຊາວອອສເຕຣເລັຍ ປະມານສາມລ້ານຄົນ ໄດ້ກູ້ຢືມຈາກຣັຖບານໂດຍຜ່ານ HELP (Higher Education Loan Program), ໂຄງການກູ້ຢືມເພື່ອການສຶກສາລະດັບອຸດົມສຶກສາ. ເຊັ່ນດຽວກັນ, ທ່ານອາດຈະມີສິດເລື່ອນຄ່າຮຽນ ລະດັບອຸດົມສຶກສາຂອງທ່ານ ຈົນກວ່າທ່ານຈະມີວຽກເຮັດ.

  • Are you eligible for the Higher Education Loan Program? - ທ່ານມີສິດຢືມເງິນເພື່ອການສຶກສາບໍ່?

    27/02/2024 Duração: 11min

    Around three million Australians have a government loan through HELP, the Higher Education Loan Program. You too may be eligible to defer your tertiary tuition fees until you secure a job. - ຊາວອອສເຕຣເລັຍ ປະມານສາມລ້ານຄົນ ໄດ້ກູ້ຢືມຈາກຣັຖບານໂດຍຜ່ານ HELP (Higher Education Loan Program), ໂຄງການກູ້ຢືມເພື່ອການສຶກສາລະດັບອຸດົມສຶກສາ. ເຊັ່ນດຽວກັນ, ທ່ານອາດຈະມີສິດເລື່ອນຄ່າຮຽນ ລະດັບອຸດົມສຶກສາຂອງທ່ານ ຈົນກວ່າທ່ານຈະມີວຽກເຮັດ.

  • ຕໍາຫລວດກຳລັງປາບປາມການ “ຂົນຖ່າຍເງິນ (Money Mules)”

    21/02/2024 Duração: 06min

    ຕໍາຫລວດຣັຖບານກາງ ແລະສະຖາບັນການເງິນ ຂອງອອສເຕຣເລັຍກ່າວວ່າ ມີກຸ່ມອາຊະຍາກັມ ຈຳນວນຫລາຍຂຶ້ນ ກຳລັງແນເປົ້າຫມາຍໃຫ້ນັກສຶກສາໃຫ້ກາຍເປັນ 'ຜູ້ຂົນຖ່າຍເງິນ (Money Mules)' ຊຶ່ງແມ່ນຄວາມຜິດຮ້າຍແຮງ ຖານຟອກເງິນ ຢ່າງຮ້າຍແຮງ ແລະມີລົງໂທດລະຫວ່າງ 12 ເດືອນ ເຖິງຕິດຄຸກຕລອດຊີວິດ.

  • ນັກຮຽນອອສເຕຣເລັຍກັບປັນຫາໃນການອ່ານໜັງສື.

    21/02/2024 Duração: 04min

    ລາຍງານຂອງສະຖາບັນ Grattan ໄດ້ເປີດເຜີຍວ່າ ນັກຮຽນອອສເຕຣເລັຍ ມີປັນຫາໃນການອ່ານໜັງສື ແລະຮຽກຮ້ອງໃຫ້ໂຮງຮຽນ ຮັບເອົາຄໍາແນະນໍາ ທີ່ເຂົາເຈົ້າກ່າວວ່າ ສາມາດຊ່ວຍໃນເລື້ອງການຮຽນບໍ່ດີຂອງນັກຮຽນ. ລາຍງານຍັງເຕືອນວ່າ ນັກຮຽນທີ່ມີປັນຫາໃນການອ່ານໜັງສື ມັກຈະຮຽນບໍ່ທັນໝູ່...ແລະອາດຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍພັນລ້ານໂດລາ ໃນໄລຍະຍາວ.

  • ການຮັກສາຊາຍແດນ ຂອງ ອອສເຕຣເລັຍ.

    20/02/2024 Duração: 07min

    ການມາເຖິງໂດຍທາງເຮືອ ຂອງຜູ້ຊາຍປະມານ 40 ຄົນ, ທີ່ສົງໄສວ່າເປັນຜູ້ຂໍລີ້ພັຍ ໃນທີ່ຫ່າງໄກ ຂອງ Western Australia ໃນອາທິດນີ້, ໄດ້ເຮັດໃຫ້ມີການແລກປ່ຽນຄໍາເວົ້າທີ່ຮຸນແຮງ ລະຫວ່າງຣັຖບານກາງ ແລະຝ່າຍຄ້ານ.

  • What is the cultural significance of First Nations weaving? - ຄວາມສໍາຄັນທາງວັດທະນະທັມ ຂອງການຕ່ຳຜ້າຫຼືຖັກສານຂອງຊົນຊາດທໍາອິດແມ່ນຫຍັງ?

    20/02/2024 Duração: 11min

    Weaving is one of the most complex and sophisticated examples of First Nations technology and culture. It produces objects of beauty, and the process itself has deep cultural significance. Weaving is a way to share knowledge, connect to people and country, invite mindfulness, and much more. - ການຕ່ຳຜ້າຫຼືຖັກສານ ເປັນຫນຶ່ງໃນຕົວຢ່າງທີ່ຊັບຊ້ອນທີ່ສຸດ ຂອງເຕັກໂນໂລຊີ ແລະວັດທະນະທັມ ຂອງ First Nations. ມັນຜລິດວັດຖຸຂອງຄວາມງາມ, ແລະຂະບວນການນັ້ນ ກໍມີຄວາມສໍາຄັນ ທາງດ້ານວັດທະນະທັມ ຢ່າງເລິກເຊິ່ງ. ການຕ່ຳຜ້າແມ່ນວິທີການແບ່ງປັນຄວາມຮູ້, ເຊື່ອມຕໍ່ກັບປະຊາຊົນ ແລະປະເທດ, ສ້າງສະຕິ, ແລະອື່ນໆອີກ.

  • ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.

    01/11/2023 Duração: 08min

    ໂຮກງູສວັດ (Shingles) ສົ່ງຜົນກະທົບ ຕໍ່ຜູ້ຄົນ ເພາະບໍ່ພຽງແຕ່ມັນຈະເຮັດ ໃຫ້ເກີດຄວາມເຈັບປວດຢ່າງສາຫັດ ແລະການບວມ ແລະເຈັບປວດ ໃນບໍຣິເວນເທົ່ານັ້ນ, ແຕ່ມັນອາດເຮັດໃຫ້ ເກີດຄວາມເຈັບປວດ ໃນໄລຍະຍາວນໍາອີກ. ມີຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຣກນີ້. ຕອນນີ້, ມີ ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.

  • ຄົບຮອບ 77 ປີທີ່ລະເບີດປະຣະມານູຖືກຖິ້ມໃສ່ປະເທດຍີ່ປຸ່ນ

    10/08/2022 Duração: 05min

    ລະເບີດປະຣະມານູ (Atomic bomb) ລູກທໍາອິດຂອງໂລກໄດ້ຖືກຖິ້ມໃສ່ປະເທດຍີ່ປຸ່ນ ແຕ່ອຳນາດທຳລາຍລ້າງຂອງລະເບີດເປັນສິ່ງທີ່ໜ້າຢ້ານກົວ. ທົ່ວໂລກກຳລັງພຍາຍາມຄວບຄຸມການໃຊ້ອາວຸດນິວເຄຼັຍ ແຕ່ຈະມີຜົນຫຍັງບໍ່?

  • ການຊ້ອມຣົບຢ່າງໃຫຍ່ຂອງຈີນໃກ້ກັບໄຕ້ຫວັນ

    09/08/2022 Duração: 05min

    ຈີນໄດ້ມີການຊ້ອມຣົບໃກ້ກັບໄຕ້ຫວັນ. ແຕ່ເມື່ອຖືກທັກທ້ວງຈາກອອສເຕຣເລັຍ, ຈີນກໍຕອບໂຕ້ວ່າ ອອສເຕຣເລັຍບໍ່ຄວນສ້າງປັນຫາຕໍ່ຄວາມພົວພັນຂອງສອງປະເທດ. ແຕ່ທັງຣັຖບານແລະຝ່າຍຄ້ານກໍກ່າວວ່າ ຣັຖມົນຕີຕ່າງປະເທດ ເຮັດຖືກຕ້ອງແລ້ວ ທັງມີການເຕືອນວ່າ ຄວນຈະຕຽມພ້ອມເພາະຈີນມີເຈດຕະນາທີ່ຈະຍຶດຄອງໄຕ້ຫວັນ.

  • ການທ່ອງທ່ຽວໄທ ແລະ ກັນຊາ

    08/08/2022 Duração: 05min

    ການທ່ອງທ່ຽວໄດ້ນຳເງິນຈາກຕ່າງປະເທດມາສູ່ປະເທດໄທປີລະມະຫາສານ ແຕ່ ຜົນກະທົບຂອງໂຄວິດຕໍ່ໄດ້ທຳລາຍຣາຍໄດ້ນັ້ນ. ຕອນນີ້ການທ່ອງທ່ຽວຂອງປະເທດໄທ ໄດ້ອະນຸຍາດໃຫ້ມີການສູບກັນຊາເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ກັບມາຄືນ.

  • ປະຕິກິຣິຍາຂອງຈີນ ຕໍ່ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi

    04/08/2022 Duração: 05min

    ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi ໄດ້ສ້າງປະຕິກິຣິຍາ ຕໍ່ຈີນ, ຣັຖບານອື່ນໆທົ່ວໂລກ ແລະ ປະຊາຊົນໄຕ້ຫວັນເອງ. ບໍມີໃຜຄາດການໄດ້ວ່າ Xi Jinping ຈະໃຊ້ມາດຕະການທາງທະຫານຫຼືບໍ່ ເພາະ Xi ເອງກໍມີເລື້ອງພາຍໃນທີ່ຕ້ອງຮັບມືຄືກັນ

  • ການແລກປ່ຽນຜູ້ຕ້ອງຫາຣະຫວ່າງອາເມຣິກາ ແລະ ຣັສເຊັຍ

    03/08/2022 Duração: 06min

    ການແລກປ່ຽນຜູ້ຕ້ອງຫາຣະຫວ່າງປະເທດ ມັນບໍ່ງ່າຍ ໂດຍສະເພາະ ຣະຫວ່າງອາເມຣິກາ ແລະ ຣັສເຊັຍ ຊຶ່ງມີ ປັດໄຈ ອື່ນໆ ເຂົ້າມາກ່ຽວ.

  • ຄວາມສຳຄັນຂອງການບໍຣິຈາກອະໄວຍະວະ

    02/08/2022 Duração: 07min

    Donate Life ກໍາລັງພະຍາຍາມຊຸກຍູ້ ໃຫ້ ຊາວອອສເຕຣເລັຍຈົດທະບຽນເປັນຜູ້ຣິຈາກອະໄວຍະວະຫລາຍຂຶ້ນ. ການແພ່ລາມຂອງ ໂຄວິດ ໄດ້ສົ່ງຜົນກະທົບຕໍ່ການບໍຣິຈາກ ແລະການປ່ຽນອະໄວຍະວະ. ແຕ່ສຳຣັບຜູ້ທີ່ໄດ້ຮັບການປ່ຽນອະໄວຍະວະແລ້ວ ມັນແມ່ນການໄດ້ຄືນຊີບອີກເທື່ອໜຶ່ງ.

  • ພະຍາດປາກເປື່ອຍລົງເລັບແມ່ນຫຍັງ?

    28/07/2022 Duração: 07min

    ເຖິງແມ່ນວ່າພະຍາດ ປາກເປື່ອຍລົງເລັບ (Foot and Mouth Disease) ຈະບໍ່ເປັນອັນຕຣາຍຕໍ່ມະນຸດ ແຕ່ມັນສາມາດທຳລາຍສັດລ້ຽງໃນຟາມ ແລະສົ່ງຜົນກະທົບແກ່ກະສິກອນແລະເສດຖະກິດສົ່ງອອກ. ຣັຖບານກຳລັງກຽມຮັບມືກັບປັນຫານີ້ ແລະ ຄົນທີ່ເດີນທາງກັບຈາກ ອິນໂດນີເຊັຍ ກໍມີສ່ວນຮ່ວມໃນການປ້ອງກັນພະຍາດນີ້ດ້ວຍ.

  • ຂູ່ວາງຣະເບິດສະຖານທູດຈີນ ທີ່ອັງກິດ.

    25/07/2022 Duração: 07min

    ຄົນອອສເຕຣເລັຍຖືກຈັບທີ່ ລອນດອນໃນຂໍ້ຫາວ່າ ຈະວາງຣະເບີດໃສ່ສະຖານທູດຈີນ. ແຕ່ຜູ້ຖືກກ່າວຫາໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ. 

  • ທະນາຄານແຫ່ງຊາດ ຈະຖືກທົບທວນຄືນ ເປັນຄັ້ງທໍາອິດ ໃນຮອບສີ່ທົດສະວັດ.

    22/07/2022 Duração: 06min

    ເພື່ອຈະໃຫ້ທະນາຄານແຫ່ງຊາດ ເປັນທະນາຄານ ທີ່ດີທີ່ສຸດ ໃນໂລກ, ຣັຖມົນຕີ ກະຊວງການຄັງ ຈຶ່ງປະກາດໃຫ້ມີການທົບທວນກ່ຽວກັບ  ຄວາມຮັບຜິດຊອບ, ວັທນະທັມ, ການແຕ່ງຕັ້ງຄນະກັມການແລະເປົ້າຫມາຍເງິນເຟີ້ຂອງທະນາຄານ. ທ່ານ Angus Taylor ໂຄສົກກະຊວງການຄັງ ຂອງຝ່າຍຄ້ານ ກໍຍິນດີຕໍ່ການເຄື່ອນໄຫວດັ່ງກ່າວເຊັ່ນກັນ.

  • ຜົນກະທົບຂອງການພະນັນໃນ ອອສເຕຣເລັຍ.

    21/07/2022 Duração: 04min

    ສະຖິຕິແຫ່ງຊາດສະແດງໃຫ້ເຫັນວ່າຊາວ ອອສເຕຣເລັຍ ໃຊ້ເງິນປະມານ 24 ພັນລ້ານຕໍ່ປີໃນການເຫຼັ້ນການພະນັນ. ເຖິງວ່ານັກຫລິ້ນພະນັນ ຈະມີຄວາມຮັບຜິດຊອບປານໃດກໍຕາມ ຄົນຜູ້ນັ້ນກໍສາມາດທີ່ຈະຕົກເປັນທາດຂອງການພະນັນໄດ້ ແລະ ຜົນກະທົບກໍຈະມີຂອບເຂດທີ່ກວ້າງ: ຈາກສ່ວນຕົວ, ຊຸມຊົນ ໄປຈົນເຖິງ ວັທນະທັມອີກດ້ວຍ.

  • ພັກແຮງງານແລະການຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດ

    20/07/2022 Duração: 08min

    ພັກແຮງງານ ຈະສາມາດຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດຫຼືບໍ່ ເຖິງແມ່ນວ່າຈະມີສຽງສ່ວນໃຫຍ່ໃນສະພາຕ່ຳ ແຕ່ວ່າໃນສະພາສູງແລ້ວ ພັກແຮງງານຕ້ອງການການສນັບສນູນຈາກ ພັກ ກຣີນສ໌ ແລະອີກໜຶ່ງສຽງ. ທັງຝ່າຍສນັບສນູນ ແລະ ຝ່າຍຄ້ານກໍມີທັສນະຄະຕິທີ່ແຕກຕ່າງ.

  • Telehealth ແມ່ນຫຍັງ? ຜົນກະທົບ ແລະ ຄວາມສັບສົນ

    19/07/2022 Duração: 05min

    ສຳຣັບຜູ້ປ່ວຍທີ່ຢູ່ໃນຊົນນະບົດແລ້ວ ການຈະໄປຫານາຍໝໍນັ້ນແມ່ນເຣື້ອງຍາກ ດັ່ງນັ້ນ ການປຶກສາທາງໂທຣະສັບຈຶ່ງເປັນທາງດຽວທີ່ຈະຊ່ອຍໄດ້. ແຕ່ການບໍຣິການຂອງອິນເຕີເນັດທີ່ບໍ່ສມ່ຳສເມີ ອາດສົ່ງຜົນກະທົບຕໍ່ການຕິດຕໍ່ໄດ້. ນອກຈາກນັ້ນ ການປ່ຽນແປງໃນການຄືນເງິນຫຼື Rebates ຍັງໄດ້ສ້າງຄວາມສັບສົນແກ່ນາຍໝໍອີກດ້ວຍ.

  • ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ

    14/07/2022 Duração: 05min

    ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ ໄດ້ພົບອຸປສັກເມື່່ອ ຄີຣີບັສໄດ້ຖອນໂຕຈາກການປະຊຸມ ຊຶ່ງຈະເຮັດໃຫ້ ຈີນມີບົດບາດລາຍຂຶ້ນໃນພູມິພາກ. ຈີນໄດ້ຍື່ນຂໍ້ຮຽກຮ້ອງໃຫ້ ອອສເຕຣເລັຍປະຕິບັດ...ແຕ່ນາຍົກຢືນຢັນວ່າ ຈະເຮັດເພື່ອຜົນປໂຍດຂອງປະເທດເທົ່ານັ້ນ.

Página 4 de 26