Sbs Lao - Sbs

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • ຜົນກະທົບຂອງການພະນັນໃນ ອອສເຕຣເລັຍ.

    21/07/2022 Duração: 04min

    ສະຖິຕິແຫ່ງຊາດສະແດງໃຫ້ເຫັນວ່າຊາວ ອອສເຕຣເລັຍ ໃຊ້ເງິນປະມານ 24 ພັນລ້ານຕໍ່ປີໃນການເຫຼັ້ນການພະນັນ. ເຖິງວ່ານັກຫລິ້ນພະນັນ ຈະມີຄວາມຮັບຜິດຊອບປານໃດກໍຕາມ ຄົນຜູ້ນັ້ນກໍສາມາດທີ່ຈະຕົກເປັນທາດຂອງການພະນັນໄດ້ ແລະ ຜົນກະທົບກໍຈະມີຂອບເຂດທີ່ກວ້າງ: ຈາກສ່ວນຕົວ, ຊຸມຊົນ ໄປຈົນເຖິງ ວັທນະທັມອີກດ້ວຍ.

  • ພັກແຮງງານແລະການຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດ

    20/07/2022 Duração: 08min

    ພັກແຮງງານ ຈະສາມາດຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດຫຼືບໍ່ ເຖິງແມ່ນວ່າຈະມີສຽງສ່ວນໃຫຍ່ໃນສະພາຕ່ຳ ແຕ່ວ່າໃນສະພາສູງແລ້ວ ພັກແຮງງານຕ້ອງການການສນັບສນູນຈາກ ພັກ ກຣີນສ໌ ແລະອີກໜຶ່ງສຽງ. ທັງຝ່າຍສນັບສນູນ ແລະ ຝ່າຍຄ້ານກໍມີທັສນະຄະຕິທີ່ແຕກຕ່າງ.

  • Telehealth ແມ່ນຫຍັງ? ຜົນກະທົບ ແລະ ຄວາມສັບສົນ

    19/07/2022 Duração: 05min

    ສຳຣັບຜູ້ປ່ວຍທີ່ຢູ່ໃນຊົນນະບົດແລ້ວ ການຈະໄປຫານາຍໝໍນັ້ນແມ່ນເຣື້ອງຍາກ ດັ່ງນັ້ນ ການປຶກສາທາງໂທຣະສັບຈຶ່ງເປັນທາງດຽວທີ່ຈະຊ່ອຍໄດ້. ແຕ່ການບໍຣິການຂອງອິນເຕີເນັດທີ່ບໍ່ສມ່ຳສເມີ ອາດສົ່ງຜົນກະທົບຕໍ່ການຕິດຕໍ່ໄດ້. ນອກຈາກນັ້ນ ການປ່ຽນແປງໃນການຄືນເງິນຫຼື Rebates ຍັງໄດ້ສ້າງຄວາມສັບສົນແກ່ນາຍໝໍອີກດ້ວຍ.

  • ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ

    14/07/2022 Duração: 05min

    ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ ໄດ້ພົບອຸປສັກເມື່່ອ ຄີຣີບັສໄດ້ຖອນໂຕຈາກການປະຊຸມ ຊຶ່ງຈະເຮັດໃຫ້ ຈີນມີບົດບາດລາຍຂຶ້ນໃນພູມິພາກ. ຈີນໄດ້ຍື່ນຂໍ້ຮຽກຮ້ອງໃຫ້ ອອສເຕຣເລັຍປະຕິບັດ...ແຕ່ນາຍົກຢືນຢັນວ່າ ຈະເຮັດເພື່ອຜົນປໂຍດຂອງປະເທດເທົ່ານັ້ນ.

  • ການໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ

    12/07/2022 Duração: 06min

    ເຄນຢາ (Kenya) ສາມາດໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ ໂຄວິດ 19 ເຊິ່ງສາມາດໃຊ້ໃນ ຄລີນິກເຄື່ອນທີ່ ແລະສາມາດເຂົ້າເຖິງຊຸມຊົນຫ່າງໄກໄດ້. ຄວາມສໍາເຣັດຂອງໂຄງການນີ້ ສາມາດຊ່ວຍປ່ຽນແປງ ແລະ ປັບປຸງການດູແລສຸຂະພາບທົ່ວໄປໃນທົ່ວປະເທດແລະອາດຈະເປັນໃນພູມິພາກທັງຫມົດ.

  • ໂຄວິດ 19 ຣະບາດໃນເຮືອນພັກຄົນຊຣາ

    11/07/2022 Duração: 09min

    ເຮືອນພັກຄົນຊຣາ St. Basil’s ໃນ Melbourne ຖືກກ່າວຫາຈາກຫນ່ວຍງານກວດກາຄວາມປອດພັຍຢູ່ບ່ອນເຮັດວຽກຂອງຣັດ ຍ້ອນທັງພະນັກງານ ແລະຜູ້ອາສັຍທີ່ມີອາຍຸຕ້ອງເສັຍຊີວິດ. ນີ້ແມ່ນປັນຫາທີ່ຊັບຊ້ຶອນ ແລະສາເຫດນັ້ນມາແຕ່ໃສ?

  • ສຳພາດ ປະທານ ສສຊລ ໃນວັນ ອົພຍົບສາກົນ

    06/07/2022 Duração: 09min

    ວັນ ອົພຍົບສາກົນ ແມ່ນວັນສຳຄັນວັນນຶ່ງສຳຣັບຄົນລາວໃນ ອອສເຕຣເລັຍ. ມັນເປັນມື້ທີ່ຄົນລາວອົພຍົບໄດ້ ຣະເລິກເຖິງ ສາເຫດທີ່ຕ້ອງມາເປັນ “ອົພຍົບ” ແລະການທີ່ຈະຕ້ອງຕໍ່ສູ້ດີ້ນຮົນທີ່ຈະປັບໂຕເຂົ້າກັບ ສະຖານະການຕ່າງໆ ໃນປະເທດນີ້ ແລະ ກໍແມ່ນອີກເຫດຜົນນຶ່ງທີ່ຄົນລາວຄວນພູມໃຈທີ່ ເຮົາໄດ້ເປັນສ່ວນນຶ່ງຂອງ ປະຊາຊົນຂອງປະເທດນີ້ ທີ່ມີສ່ວນໃນດ້ານເສຖກິດ, ການເມືອງ, ການພັທນາຕ່າງໆ ແລະເປັນຊຸມຊົນທີ່ເຄົາຣົບກົດໝາຍຂອງປະເທດ..

  • ສະຖານະການໃນ ຢູເຄຣນ ກ່ອນເຂົ້າ ນາໂຕ.

    04/07/2022 Duração: 07min

    ສະຖານະການໃນ ຢູເຄຣນ ກ່ອນການຖືກໃຫ້ມີສະຖານະພາບ ເປັນຜູ້ສມັກເປັນ  ສມາຊິກ ນາໂຕ. Lithuania ໄດ້ຫ້າມຣົດໄຟຂົນສິນຄ້າຜ່ານປະເທດຂອງຕົນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊາວເມືອງ Kaliningrad ຂອງຣັສເຊັຍ. ທະນາຄານໂລກໄດ້ປະກາດເງິນຊ່ອຍເຫຼືອຈຳນວນ 30 ພັນລ້ານໂດລາເພື່ອຈະຫຼີກລ່ຽງການຂາດແຄນອາຫານໃນທົ່ວໂລກ.

  • ສຳພາດທ່ານ ຈັນທະບູນ ແກ້ວມາລາວົງ ນັກແຕ່ງເພງລາວ.

    29/06/2022 Duração: 07min

    ໃນໂອກາດວັນສລອງ ວັນອົພຍົບ, ທ່ານ ຈັນທະບູນ ແກ້ວມາລາວົງ ໄດ້ໃຫ້ສຳພາດ ກັບ ວິທຍຸ SBS ພາກພາສາລາວ ແລະໃຫ້ທັສນະຄະຕິກ່ຽວກັບຄວາມເປັນອົພຍົບ ແລະໄດ້ມາຕັ້ງຖິ່ນຖານທີ່ ອອສເຕຣເລັຍ ພ້ອມທັງ ສະແດງຄວາມຮູ້ບຸນຄຸນຕໍ່ ອອສເຕຣເລັຍ ໂດຍຜ່ານທາງເພງ.

  • ເຫດການແຜ່ນດິນໄຫວໃນ ອັຟການິສຖານ

    23/06/2022 Duração: 04min

    ແຜ່ນດິນໄຫວໃນ ອັຟການິສຖານຊຶ່ງວັດໄດ້ 6.1 ຣິກເຕີ (Richter) ແລະ ໄດ້ສ້າງຄວາມເສັຍຫາຍ ທັງຊັບສິນແລະຊີວິດ. ອົງການຊ່ອຍເຫຼືອຕ່າງໆຮວມທັງ ສະຫະປະຊາຊາດກໍໄດ້ໃຫ້ການຊ່ອຍເຫຼືອເບື້ອງຕົ້ນ ແລະການຊ່ອຍເຫຼືອແບບຕໍ່ເນື່ອງກໍຍັງຄົງຕ້ອງມີຕໍ່ໄປ.

  • ມະເຮັງໃນເດັກແລະຊາວໜຸ່ມ

    23/06/2022 Duração: 11min

    ການກິນອາຫານຫຼືເຄື່ອງດື່່ມທີ່ບໍ່ຖືກສຸກຂະອະນາໄມ ສາມາດເຮັດໃຫ້ເສັຍສຸຂະພາບໄດ້ ທັງເດັກແລະຊາວໜຸ່ມ ອາດໄດ້ຮັບອິດທິພົນຈາກການໂຄສະນາຂອງອາຫານເຫຼົ່ານີ້. ຣັຖບານກຳລັງຫາທາງແກ້ໄຂຢູ່

  • ສຳພາດທ່ານນາງ Sally Sitou ຜູ້ແທນຣາສດອນຜູ້ຍິງລາວພັກ Labor Party

    21/06/2022 Duração: 06min

    ທ່ານນາງ Sally Sitou ເປັນແມ່ຍິງລາວເຊື້ອສາຍຈີນ ຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງ ໃນລະດັບ Federal ໃນເຂດເລືອກຕັ້ງ Reid ໃນປີນີ້.ແມ່ນຫຍັງເປັນສິ່ງບັນດານໃຈ ແລະຊຸກຍູ້ ໃຫ້ໃຫ້ຜູ້ຍິງລາວຄົນນຶ່ງກ້າວສູ່ຫົນທາງການເມືອງໃນ ອອສເຕຣເລັຍ?

  • ອອສເຕຣເລັຍກຳລັງຈະບັນລຸຂໍ້ຕົກລົງກັບ Moderna ທີ່ຈະຜລິດຢາຕ້ານໂຄວິດ ທີ່ Melbourne.

    20/06/2022 Duração: 06min

    ອອສເຕຣເລັຍກຳລັງຈະເປັນປະເທດທຳອິດໃນຊີກໂລກພາກໃຕ້ທີ່ສາມາດຜລິດຢາປ້ອງກັນໂຄວິດ. ມະຫາວິທຍາລັຍ Monash ໄດ້ຮັບການສນັບສນຸນຢ່າງເຕັມທີ່ຈາກຣັຖບານທີ່ຈະເປັນຜູ້ຜລິດຢານັ້ນ.

  • ຄວາມສາມາດໃນການຊື້ເຮືອນຂອງ ຄົນ ອອສເຕຣລຽນ.

    07/06/2022 Duração: 05min

    ການມີເຮືອນເປັນຂອງຕົນເອງ ແມ່ນຢູ່ໃນຈິດໃຈຂອງຄົນເຮົາທຸກຄົນ ແຕ່ການເປັນເຈົ້າຂອງເຣືອນຫຼັງທຳອິດ ບໍ່ແມ່ນເລື້ອງງ່າຍສຳຣັບຄົນອອສເຕຣລຽນ. ປັນຫາເລື້ອງການເປັນເຈົ້າຂອງເຣືອນຫຼັງທຳອິດ ໄດ້ຖືກແນະນຳຕ່າງໆໂດຍຣັຖສະພາກໍຖືກຍົກມາ ຖົກຖຽງຂອງ ນັກຣັຖສາດ ຊຶ່ງແນະນຳໃຫ້ຍົກເລີກພາສີເຮືອນ ແລະປ່ຽນແທນດ້ວຍພາສີທີ່ດິນ. ແຕ່ຊາວອອສເຕຣລຽນກໍເບິ່ງໄປທີ່ນາຍົກຣັຖມົນຕີໃນການແກ້ໄຂປັນຫາຂອງຊາດໃນເລີ້ອງນີ້.

  • ຄວາມແຕກຕ່າງທາງສມອງ ແລະຜົນຂອງການນຳໃຊ້

    07/06/2022 Duração: 10min

    ຄວາມແຕກຕ່າງທາງສມອງ ແຕກຕ່າງກັນໄປໃນແຕ່ລະຄົນ.ບໍຣິສັດໃຫຍ່ໆເລີ້ມຈ້າງງານຄົນທີ່ມີຄວາມແຕກຕ່າງທາງສມອງຫລາຍຂຶ້ນ ເພາະຄົນພວກນີ້ ມີປະສິດທິພາບໃນການເຮັດວຽກສູງກວ່າຄົນທຳມະດາ ເຖິງວ່າ ພວກເຂົາຈະມີຄວາມທ້າທາຍຫລາຍກວ່າ ແຕ່ຖ້າຫາກວ່າພວກເຂົາມີພາວະແວດລ້ອມທີ່ເອື້ອອຳນວຍ ພວກເຂົາຈະເປັນຊັບພະຍາກອນທີ່ສຳຄັນຂອງບໍລິສັດເຫຼົ່ານັ້ນ.

  • Me-Mel ກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ

    31/05/2022 Duração: 04min

    Me-Mel ຫຼື Goat Islandກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ. ເກາະນີ້ຖືກປະຮ້າງມາຫຼາຍສິບປີ ແລະ ຮັຖບານ New South Wales ກໍໄດ້ອະນຸມັດງົບປະມານ 43 ລ້ານໂດລາເພື່ອຈະປັບປຸງສ້ອມແຊມ ເພາະວ່າມັນເປັນສະຖານທີ່ ທີ່ມີຄວາມສຳຄັນທາງປວັດສາດ ຕໍ່ຊາວ Aboriginal  ແລະປວັດສາດຂອງ ອອສເຕຣເລັຍ.

  • ການຢ້ຽມຢາມຂອງຄນະ ຈາກ ສປປ ລາວ ທີ່ ສຳນັກງານ SBS ທີ່ ຊິດນີ

    30/05/2022 Duração: 05min

    ເຈົ້າໜ້າທີ່ຂອງ  SBS ໄດ້ໃຫ້ການຮັບຕ້ອນ ແລະອະທິບາຍ ເລື້ອງຕ່າງໆກ່ຽວກັບບົດບາດ ແລະການບໍລິການຕໍ່ຜູ້ຟັງ ຂອງສະຖານີ ຕໍ່ຄນະຢ້ຽມຢາມຈາກ ສປປ ລາວ.

  • ວິກິດການໃນ ຢູເຄຣນຍັງດຳເນີນຕໍ່ໄປ ຫຼັງຈາກການບຸກຣຸກ 3 ເດືອນຈາກ ຣັສເຊັຍ.

    26/05/2022 Duração: 05min

    ການຕໍ່ສູ້ຍັງດຳເນີນຕໍ່ໄປໃນ ຢູເຄຣນ ໃນຂນະທີ່ຢ່າຍ NATO ແລະ ຢູໂຣບກໍຫາທາງທີ່ຈະລົງໂທດ ຣັສເຊັຍ ທາງດ້ານການເງິນ. ສ່ວນຢູເຄຣນ ເອງກໍ ໄດ້ເປີດທາງຣົດໄຟໃຕ້ດິນທີ່ Kharkiv ຊຶ່ງເປັນເມືອງທີສອງ ຊຶ່ງກຳລັງຖືກເບິ່ງວ່າ ແມ່ນການສະແດງເຖິງໄຊຊນະ ທາງທະຫານ.

  • ທ່າທີຂອງຈີນຕໍ່ຣັຖບານໃໝ່ຂອງອອສເຕຣເລັຍ.

    25/05/2022 Duração: 04min

    ການປາກົດໂຕ ແລະການຂຍາຍໂຕຂອງຈີນໃນ ປາຊີຟິກ ຈະມີຜົນກະທົບຫຍັງຕໍ່ນະໂນບາຍຕ່າງປະເທດຂອງ ອອສເຕຣເລັຍ? ຄວາມສຳພັນກັບປັກກິ່ງ ຈະກັບມາຄືກັນກັບປີ 1971 ຫຼືບໍ່?

  • ໜ້າທີ່ທຳອິດຂອງນາຍົກໃໝ່ ແລະ ສິ່ງທີ່ພັກທີ່ສູນເສັຍເລືອກຕັ້ງຕ້ອງເຮັດ.

    24/05/2022 Duração: 06min

    Anthony Albanese ໄດ້ເລີ້ມປະຕິບັດງານໃນຖານະນາຍົກຣັຖມົນຕີໃໝ່ ຂອງ ອອສເຕຣເລັຍ. ສ່ວນພັກຮ່ວມ Coalition ກຳລັງວິເຄາະ ຄວາມພ່າຍແພ້ໃນການເລືອກຕັ້ງປີນີ້. ໃຜຈະເປັນຜູ້ນຳໃໝ່ຂອງພັກ Liberal ແລະ ໃຜຈະເປັນຜູ້ນຳໃໝ່ຂອງພັກ National Party?

Página 5 de 26