Sbs Lao - Sbs

  • Autor: Vários
  • Narrador: Vários
  • Editora: Podcast
  • Duração: 61:33:50
  • Mais informações

Informações:

Sinopse

Listen to interviews, features and community stories from the SBS Radio Lao program, including news from Australia and around the world. - , SBS , .

Episódios

  • ປະຕິກິຣິຍາຂອງຜູ້ນຳທັງສອງພັກຫຼັງຈາກຜົນຂອງການເລືອກຕັ້ງໄດ້ຖືກປະກາດ.

    23/05/2022 Duração: 08min

    ກ້າວຕໍ່ໄປຂອງຜູ້ນຳຂອງສອງພັກຫຼັງຈາກຜົນຂອງການເລືອກຕັ້ງ.ຄວາມຝັນຂອງ  Anthony Albanese ໄດ້ກາຍເປັນຈິງໃນຂນະທີ່ອະນາຄົດຂອງພັກ Liberal ຈະເປັນແນວໃດ ເມື່ອຣັຖມົນຕີການຄັງເອງຍັງສູນເສັຍການເລືອກຕັ້ງ.

  • ສຳນວນການເມືອງ ອອສເຕຣເລັຍ ທີ່ຄວນຮູ້

    20/05/2022 Duração: 10min

    ສຳຣັບຫຼາຍຄົນແລ້ວ, ສຳນວນພາສາອັງກິດກໍຍາກທີ່ຈະເຂົ້າໃຈ ແຕ່ວ່າສຳນວນທາງການເມືອງທີ່ເປັນພາສາອັງກິດແລ້ວ ອາດຈະເຂົ້າໃຈຍາກກວ່າປົກກະຕິ, ມາທຳຄວາມເຂົ້າໃຈກັບສຳນວນທີ່ເຮົາອາດຈະໄດ້ຍິນໂດຍສະເພາະໃນລະຫວ່າງການຫາສຽງກ່ອນການເລືອກຕັ້ງໃນປີນີ້.

  • ການຄາດຄະເນຂອງຄວາມເປັນໄປໄດ້ຂອງການລືອກຕັ້ງ

    17/05/2022 Duração: 09min

    ດ້ວຍສາເຫດຫຼາຍຢ່າງ ທັງທາງການເມືອງ, ວິກິດທາງທັມຊາດ ແລະການປ່ຽນແປງຂອງທາງເລືອກໃໝ່ທີ່ຜູ້ລົງຄະແນນສາມາດເລືອກໄດ້, ການເດົາສຸ່ມສຳຫຼວດກໍເລີຍບໍ່ສາມາດທີ່ຈະ ຄາດຄະເນຜົນຂອງການເລືອກຕັ້ງດ້ວຍຄວາມໝັ້ນໃຈໄດ້. ແຕ່ຜູ້ຊ່ຽວຊານຫຼາຍຄົນກໍວ່າ ມັນມີໂອກາດຫຼາຍທີ່ຈະເປັນຣັຖບານທີ່ມີສຽງສ່ວນໜ້ອຍ ຫຼື Hung Parliament.

  • ການລົງຄະແນນສຽງເລືອກຕັ້ງຄັ້ງທຳອິດ.

    11/05/2022 Duração: 06min

    ຊາວອອສເຕຣເລັຍຫລາຍກວ່າ 610 ພັນຄົນຈະປ່ອນບັດເລືອກຕັ້ງເທື່ອທຳອິດໃນຊີວິດ ແຕ່ພັກການເມືອງໃຫຍ່ຄ້າຍກັບວ່າ ບໍ່ສາມາດທີ່ຈະເຮັດໃຫ້ຜູ້ປ່ອນບັດເຫຼົ່ານັ້ນພໍໃຈ ຍ້ອນເຫດຜົນຫຼາຍຢ່າງ.  ແຕ່ການລົງຄະແນນສຽງກໍແມ່ນການໃຊ້ສິດໃນການ ກຳນົດວ່າ ພັກການເມືອງໃດຈະເປັນຣັຖບານ ຊຶ່ງຈະມີຜົນຕໍ່ທຸກຄົນໃນປະເທດ.

  • ຂໍ້ມູນຂອງພັກແຮງງານ (Labor Party)

    10/05/2022 Duração: 11min

    ນັກວິຈານການເມືອງຫຼາຍຄົນກໍວ່າພັກຂອງ ຝ່າຍ ລັດຖະບານກຳລັງມຸ້ງຫນ້າ ໄປສູ່ການ ສູນເສັຍການເລືອກຕັ້ງ. ແຕ່ຄວາມວຸ້ນວາຍໃນພັກແຮງງານ ແລະ ປັດຈັຍຕ່າງໆທົ່ວໂລກ ອາດມີຜົນກະທົບຕໍ່ໂອກາດທີ່ພັກແຮງງານຈະຊນະການເລືອກຕັ້ງເທື່ອນີ້ຫຼືບໍ່?

  • ຂໍ້ມູນຂອງພັກ Liberal

    10/05/2022 Duração: 11min

    ຖ້າຈະເວົ້າເຖິງອະດີດແລ້ວ, ພັກ Liberal ຂອງ ອອສເຕຣເລັຍ ເປັນພັກການເມືອງທີ່ເກົ່າແກ່ແລະມີປວັດອັນຍິ່ງໃຫຍ່ ຈາກ Sir Robert Gordon Menzies ຈົນເຖິງ John Howard.ແຕ່ໃນການເລືອກຕັ້ງຄັ້ງນີ້, ພັກອາດຈະພົບກັບອຸປສັກ ຈາກພາຍໃນພັກເອງ.

  • ຂໍ້ມູນຂອງພັກ National Party

    09/05/2022 Duração: 05min

    ພັກ National Party ແມ່ນພັກການເມືອງທີ່ເກົ່າແກ່ພັກໜຶ່ງຂອງ ອອສເຕຣເລັຍ ທີ່ມີນະໂຍບາຍທີ່ຈະຮັກສາຜົນປະໂຫຍດຂອງ ພູມິພາກ ແລະຊົນນະບົດຂອງ ປະເທດ. ແຕ່ຄວາມປ່ຽນແປງພາຍໃນພັກ ແລະ ປັນຫາເລື້ອງສະພາບອາກາດ ຈະສົ່ງຜົນກະທົບກັບການເລືອກຕັ້ງປີນີ້ລືບໍ່?

  • ການລົງຄະແນນສຽງໃນການເລືອກຕັ້ງຂອງທ່ານ

    05/05/2022 Duração: 04min

    ຊາວ ອອສເຕຣເລັຍ ປະມານ 17 ລ້ານ ຄົນທີ່ອາດຈະລົງຄະແນນ ສຽງ ໃນການເລືອກຕັ້ງທີ່ຈະມາເຖິງນີ້. ອົງການ AEC ກ່າວວ່າ ມັນເປັນສິດ ແລະ ຄວາຮັບຜິດຊອບ ຂອງ ປະຊາຊົນໃນການລົງຄະແນນສຽງ ແລະກໍາລັງຊຸກຍູ້ໃຫ້ທຸກຄົນ ອັບເດດລາຍລະອຽດສ່ວນຕົວຂອງຕົນ ກ່ອນການເລືອກຕັ້ງ ຂອງລັດຖະບານ.

  • ການລົງຄະແນນສຽງກ່ອນມື້ເລືອກຕັ້ງ

    05/05/2022 Duração: 04min

    ການລົງຄະແນນສຽງກ່ອນມື້ເລືອກຕັ້ງ ຈະມີຜົນກະທົບ ຕໍ່ການຫາສຽງຂອງພັກການເມືອງຢ່າງໃດແດ່?ໝີໃຜແດ່ທີ່ສາມາດໃຊ້ບໍລິການນີ້?

  • ການເລືອກຕັ້ງແບບ “ບູລິມຸສິດ” (Preferential) ແມ່ນຫຍັງ?

    05/05/2022 Duração: 04min

    ການເລືອກຕັ້ງແບບບຸລິມະສິດຂອງ ອອສເຕຣເລັຍນັ້ນ ແຕກຕ່າງກັນກັບລະບົບເລືອກຕັ້ງ ຂອງ ອະເມຣິກາ, ສຫະຣາຊອານາຈັກອັງກິດ ຫຼື ອິນເດັຍ. ຄຳອະທິບາຍຢ່າງສັງເຂບ:

  • ປີໃໝ່ລາວ 2022

    05/05/2022 Duração: 07min

    ງານປີໃໝ່ປີນີ້ກໍໄດ້ຜ່ານໄປ ເຖິງແມ່ນວ່າ ຈະບໍ່ຄຶກຄື້ນ ດັ່ງຄວາມຕ້ອງການ ແຕ່ ການສືບຕໍ່ທາງສາສນາ ປະເພນີ ແລະວັທນະທັມກໍຍັງມີ ຢູ່ບໍ່ຂາດສຳຣັບຄົນລາວທຸກຄົນໃນ ອອສເຕຣເລັຍ. ໆາງຊຸມຊົນລາວຕ່າງກໍພາກັນຫວັງວ່າ ປີໜ້າ ບຸນປີໃໝ່ລາວຈະກັບມາ ເປັນຄືຫຼາຍປີກ່ອນໆ ໂດຍບໍ່ມີ ໂຄວິດ ມາເປັນອຸປສັກອີກ.

  • ນາງໜໍລາວໃນການຕໍ່ສູ້ ໂຄວິດ-19 ໃນ ແມນລ໌ເບີນ

    09/09/2021 Duração: 08min

    ສຳພາດຍານາງ ສຸທິດາ ຄຳມີ ກັນຫາລີຄຳ. ການເປັນໜໍເປັນແພດແລະຜູ້ຊ່ວຍວິຊາອາຊີບດັ່ງກ່າວບໍ່ແມ່ນຂອງງາຍດາຍທັງອາດພາໃຫ້ເຈັບຢ່ວຍຕາຍຍ້ອນໄດ້ດ້ວຍ ໂດຍສະເພາະກ່ຽວກັນພະຍາໂຄວິດ-ຢຈທີກຳລັງອາຣະວາດຢ່ງບໍ່ເລືອໜ້າໃຜແລະຊັ້ນວັນນະ. ການສຳພາດນັ້ນຈະນຳພາໃຫ້ເຫັນບາງສະພາບການໃນແມນລ໌ເລີນ.

  • ການຂົນສົ່ງທາງຣົດ ຂຸນໜິງ-ວຽງຈັນ

    09/09/2021 Duração: 06min

    ໂຄງການຣົດຟືນຣົດໄຟລາວ-ຈີນກໍໃກ້ຈະສຳເຮັດແລ້ວ ແຕ່ບັນນີ້ ສອງປະເທດນັ້ນກຳລັງຈະພັທນາເສັ້ນທາງການຂົນສົ່ງທາງບົກ ຂຸນໜິງ-ວຽງຈນັນ ຢູ່ ແລະກຳລັງເຮັດຫຍັງຢູ່ໃນເວລານີ້?

  • ວຽງຈັນຍົກຣະດັບການຕ້ອງຫ້າມກ່ຽວກັບ ໂຄວິດ-19

    09/09/2021 Duração: 06min

    ໂຄວິດ-19 ອາຣະວາດເພີ້ມຂຶ້ນເຮັດໃຫ້ຄົນເປັນມັນຫຼາຍຂຶ້ນຢູ່ຕລອດມາຢູ່ແຕ່ທາງການລາວກໍຕໍ່ຕ້ານມັນໂດຍໆນາວິທີການຢູ່ສເມີມາ.ບັດນີ້ວຽງຈັນຍົກຣະດັບການຕໍ່ຕ້ານນັ້ນຂຶ້ນຕື່ມເພື່ອຈະເອົາສະນະມັນໃຫ້ໄດ້.

  • ພະຍາດ ໂຄວິ-19 ມີຄວາມສ່ຽງມາກມານຕໍ່ການເປັນໜັນກ່ວາຢາວັກຊີນໂຄວິດ

    09/09/2021 Duração: 07min

    ຢາວັກຊີນ ໂຄວິດ-19 ເຮັດໃຫ້ເປັນໜັນບໍ່? ທາງການສາທາຣະນະສຸກອອສເຕຼເລັຍກຳລັງພະຍາຍາມທັບມ້າງຂໍ້ມູນອັນບໍ່ຖຶກຕ້ອງຕ່າໆທີ່ເວົ້າວ່າຢາວັກຊີນ ໂຄວິດ-19 ສາມາດແຕະຕ້ອງການມີລູກມີເຕົ້າຂອງຄົນເຮົາ ເມື່ອທີ່ຜູ້ຍິງຜູ້ໜຸ່ມນ້ອຍມາກມາຍລັ່ງເລໃຈທີ່ຈະໄປໃຫ້ສັກຢາວັກຊີນດັ່ງກ່າວ. ຣັຖມົນຕີສາທາຣະນະສຸກນີວຊາວທ໌ແວນລ໌ບອກເຕືອນວ່າຜົນສະທ້ອນອັນຍືນຍາວຈາກ ໂຄວິດ-19 ຄົງຈະພາໃຫ້ມີບັນຫາໃນດ້ານການມີລູກມີເຕົ້າ.

  • ຈົ່ງເອົາການດູແລໂຕເອງໃສ່ວຽກງານປະຈຳວັນຂອງທ່ານ

    09/09/2021 Duração: 08min

    ອີງຕາມສາທາຣະນະສຸກອອສເຕຼເລັຍ ຜູ້ຍິງມີໂອກາດເຖິງ 1.6 ຄັ້ງທີ່ຈະມີບັນຫາໃນດ້ານປະສາດແລະຫ່າງກາຍຫຼາຍກ່ວາຜູ້ຊາຍ.ໜີພາໃຫ້ມີຄວາມເປັນຫ່ວງເປັນຍັຍຂຶ້ນຍ້ອນອັນເນື່ອງມາຈາກນາໆເຫດຜົນ.

  • ຂ່າວສຳຮັບຣະຍະ 06-9-21

    09/09/2021 Duração: 12min

    ຂ່າວຄາວທີ່ໜ້າສົນໃຈສຳຮັບຣະຍະ 06-9-21

  • ສປປລ ສັກຢາວັກຊີນໂຄວິດໃຫ້ພົນລະເມືອງເກີນ 50% ແລ້ວ

    09/09/2021 Duração: 06min

    ສປປລາວ ມີໂຄງການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ພົນລເມືອງໃນລາວມາຊົ່ວຣະຍະນຶ່ງແລ້ວໂດຍອາໄສຢານັ້ນຈາກການບຣິຈາກໂດຍຕ່າງປະເທດ. ບັດນີ້ປາກົດວ່າ ສປປລາວ ສຳເຣັດວຽກງານດັ່ງກ່າວໄດ້ຫຼາຍກ່ວາ 50% ແລ້ວ.

  • ຣັຖບານອອສເຕຼເລັຍຖຶກໄຈ້ກ່ຽວກັບຄວາມແຈ້ງຂາວຂອງເບັ້ຍ ຈອບຄີບເປີ

    09/09/2021 Duração: 05min

    ຣັຖບານອອສເຕຼເລັຍກຳລັງດັນກັບຄວາມກົດດັນໃຫ້ນຳເອົາເບັ້ຍ ຈອບຄີບເປີ ຄືນຈາກບໍຣິສັດທີ່ມີກຳໄລ.ນີ້ເປັນດັ່ງນັ້ນເມື່ອມີການເປີດເຜີຽວ່າທຸຣະກິດຫຼາຍພັນຍບໍຣິສັດໄດ້ກຳໄລທະວີຂຶ້ນເຖິງສອງສາມເທົ່າເມ່ື່ອໄດ້ເງິນ ຈອບຄິບເປີ.

  • ນາຍົກຄີວນສ໌ແລນດ໌ຢາກໄດ້ຂໍ້ມູນອັນທັນການກ່ຽວກັບໂຄວິດແລະເດັກໆ

    09/09/2021 Duração: 09min

    ນາຍົກຣັຖມົນຕີຣັດຄີວນສ໌ແລນດ໌ກຳລັງປະເຊີນກັບການສິພາກວິຈານສຳຮັບທີ່ໄດ້ຮ້ອງຂໍເອົາຜົນການຄົ້ນຄ້ວາອັນທັນການກ່ໜວກັບຜົນສະທ້ອນຂອງ ໂຄວິດ-19 ທີ່ມີຕໍ່ເັດກໆທີ່ອ່ອນກ່ວາ 12 ປີ.ນາຍົກນັ້ນຕ້ອງການແບບແຜນອັນທັນການຂອງສະຖາບັນ "ໂດເຮີກຕີອິນສ໌ຕີຕູດ" ທີ່ຍານາງຈະສາມາດໃຊ້ກັບຖັນແຖວຂອງຍານາງແລະຄົນໃນຄີວນສ໌ແລນດ໌ເພື່ອການຕັດສິນໃຈກ່ຽວກັບເປີດຣັດຄີວນສ໌ແລນດ໌ຄືນໃໜ່. ຄວາມຕ້ອງການຂອງນາຍົກນັ້ນເຮັດໃຫ້ຄະນະຣັຖບານອອສເຕຼເລັຍໃຈຮ້າຍຂຶ້ນຍ້ອນ. 

Página 6 de 26